ສາຍນ້ຳໄຫຼ The River Flows สายน้ำไหล (2017)

ສາຍນ້ຳໄຫຼ The River Flows สายน้ำไหล (2017)

ຮູບເງົາ ລາວ-ຍີ່ປຸ່ນ ເລື່ອງ "ສາຍນ້ຳໄຫຼ" br ນ້ອຍ ຍິງສາວຊົນນະບົດທີ່ໜີອອກຈາກບ້ານເພື່ອຕາມຫາຄວາມຝັນມາຢູ່ໃນເມືອງໃຫຍ່ ມີມື້ຫນຶ່ງເວລາທີ່ນ້ອຍໄດ້ອອກໄປທ່ຽວກັບໝູ່ຂອງລາວ ໄດ້ເກີດເຫດການມະຫັດສະຈັນທີ່ບໍ່ຄາດຄິດເກີດຂຶ້ນ ເມືອນ້ອຍໄດ້ຍ້ອນອາດີດໄປສູ່ຍຸກສະໄຫມປີ 1960 ເຊິ່ງເປັນຊ່ວງທີ່ປະເທດລາວຢູ່ໃນຊ່ວງສົງຄາມ. ນ້ອຍໄດ້ພົບກັບ ຄະວາຍ ວິສະວະກອນຫນຸ່ມຍີ່ປຸ່ນ ຜູ້ເຂົ້າມາສຳຫຼວດ, ບຸກເບີກເພື່ອກໍ່ສ້າງ ເຂື່ອນໄຟຟ້າແຫ່ງທຳອິດໃນປະເທດລາວ ບໍລິເວນແມ່ນ້ຳງື່ມ ແຕ່ຍ້ອນສົງຄາມໃນອາດີດ ແລະ ອຸປະຕິເຫດທາງເຮືອ ເຮັດໃຫ້ ຄະວາຍ ໄດ້ມາພົບພໍ້ກັບນ້ອຍ ທີ່ຫຼົງເຂົ້າມາໃນຍຸກດັ່ງກ່າວ br ທັງສອງກໍ່ໄດ້ຮັບການຊ່ວຍເຫຼືອ ແລະ ຮັບຕ້ອນໂດຍຄອບຄົວຂອງ ດິນ. ໃນຂະນະທີ່ ນ້ອຍ ພະຍາຍາມຫາທາງກັບບ້ານນັ້ນນາງກກໍ່ໄດ້ຮຽນຮູ້ວິຖີຊີວິດໃໝ່ ແລະ ຄິດໄດ້ຫຼາຍຢ່າງຕໍ່ກັບເຫດການທີ່ເກີດຂຶ້ນໃນຍຸກນີ້. ສຳລັບເລື້ອງລາວຈະເປັນແນວໃດເອົາເປັນວ່າໄປຕິດຕາມຮັບຊົມກັນໄດ້ເລີຍ.


User: Lao Movies

Views: 14

Uploaded: 2024-09-06

Duration: 01:52:03